ຂ້າມໄປທີ່ເນື້ອໃນ

ຂໍ້​ຄຳພີ​ປະຈຳ​ວັນ

ຂໍ້​ຄຳພີ​ປະຈຳ​ວັນ

ປຶ້ມ​ການ​ພິຈາລະນາ​ຂໍ້​ພະ​ຄຳພີ​ປະຈຳ​ວັນ ​ມີ​ຂໍ້​ຄຳພີ​ໜຶ່ງ​ຂໍ້​ສຳລັບ​ແຕ່​ລະ​ມື້​ພ້ອມ​ກັບ​ຄຳ​ອະທິບາຍ. ປຶ້ມ​ນີ້​ຈະ​ຊ່ວຍ​ເຈົ້າ​ເລີ່ມ​ຕົ້ນ​ມື້​ໃໝ່​ດ້ວຍ​ຂໍ້​ຄິດ​ດີໆທີ່​ໃຫ້​ກຳລັງ​ໃຈ​ຈາກ​ຄຳພີ​ໄບເບິນ.

ເຖິງ​ວ່າ​ເຈົ້າ​ຈະ​ອ່ານ​ຂໍ້​ຄຳພີ​ປະຈຳ​ວັນ​ແລະ​ຄຳ​ອະທິບາຍ​ຕອນ​ໃດ​ກໍ​ໄດ້ ແຕ່​ຫຼາຍ​ຄົນ​ມັກ​ອ່ານ​ຕອນ​ເຊົ້າ. ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ເອົາ​ເລື່ອງ​ທີ່​ອ່ານ​ໄປ​ຄິດ​ໃນ​ໝົດ​ມື້​ນັ້ນ. ຖ້າ​ເຈົ້າ​ມີ​ຄອບຄົວ​ແລ້ວ ເຈົ້າ​ອາດຈະ​ອ່ານ​ປຶ້ມ​ນີ້​ນຳ​ກັນ​ກັບ​ຄອບຄົວ​ກໍ​ໄດ້.

ເຈົ້າ​ສາມາດ​ອ່ານ​ຂໍ້​ຄຳພີ​ປະຈຳ​ວັນ​ໄດ້​ໃນ​ຫ້ອງ​ສະໝຸດ​ອອນລາຍ​ຂອງ​ວັອດສ໌ທາວເວີ້ ຫຼື​ເຈົ້າ​ອາດ​ດາວໂຫຼດ​ປຶ້ມ​ນີ້​ໃນ​ຮູບ​ແບບ PDF ເຊິ່ງ​ຈະ​ມີ​ຂໍ້​ຄຳພີ​ທີ່​ເຈົ້າ​ອ່ານ​ໄດ້​ໝົດ​ປີ.