ຂ້າມໄປທີ່ເນື້ອໃນ

ມີ​ຜູ້​ອອກແບບ​ບໍ?

ເມືອກຂອງໂຕ​ທາກ

ເມືອກຂອງໂຕ​ທາກ

 ໝໍ​ຜ່າ​ຕັດ​ພະຍາຍາມ​ຊອກຫາ​ສານ​ທີ່​ມີ​ຄຸນສົມບັດ​ຄ້າຍຄື​ກາວ​ເພື່ອ​ຊ່ວຍ​ໃນ​ການ​ຜ່າ​ຕັດ​ແລະ​ປິ່ນປົວ​ບາດ​ແຜ. ແຕ່​ກາວ​ສ່ວນ​ໃຫຍ່​ໃນ​ທຸກ​ມື້​ນີ້​ບໍ່​ສາມາດ​ໃຊ້​ກັບ​ອະໄວຍະວະ​ໃນ​ຮ່າງກາຍ​ໄດ້​ຍ້ອນ​ກາວ​ຈະ​ມີ​ຄວາມ​ເປັນ​ພິດ. ເມື່ອ​ກາວ​ແຫ້ງ​ແລ້ວ​ກໍ​ຈະ​ແຂງ​ບໍ່​ຍືດຍຸ່ນ​ລວມ​ທັງ​ບໍ່​ສາມາດ​ຍຶດ​ຕິດ​ກັບ​ຜິວ​ໜັງ​ຫຼື​ເນື້ອເຍື່ອ​ທີ່​ປຽກ​ໄດ້. ແຕ່​ນັກ​ວິທະຍາສາດ​ໄດ້​ຄົ້ນພົບ​ວິທີ​ແກ້​ບັນຫາ​ເຫຼົ່າ​ນັ້ນ​ຈາກ​ການ​ສຶກສາ​ຄົ້ນຄວ້າ​ເມືອ​ກ​ຂອງ​ໂຕ​ທາກ​ຊະນິດໜຶ່ງ. a

 ລອງ​ຄິດ​ເບິ່ງ: ເມື່ອ​ໂຕ​ທາກ​ເຈິ​ສັດຕູ ພວກ​ມັນ​ຈະ​ປ້ອງກັນ​ໂຕເອງ​ໂດຍ​ປ່ອຍ​ເມືອກ​ໜຽວໆອອກ​ມາ. ເມືອກ​ນີ້​ຊ່ວຍ​ໃຫ້​ໂຕ​ທາກ​ຕິດ​ແໜ້ນ​ຢູ່​ກັບ​ໃບ​ໄມ້​ເຊິ່ງ​ເຮັດ​ໃຫ້​ສັດຕູ​ບໍ່​ສາມາດ​ດຶງ​ພວກ​ມັນ​ອອກ​ໄປ​ໄດ້​ງ່າຍໆ ແລະ​ເຖິງ​ຈະ​ຕິດ​ແໜ້ນ​ຂະໜາດ​ນັ້ນ ແຕ່​ໂຕ​ທາກ​ກໍ​ຍັງ​ເໜັງ​ໄດ້.

 ນັກ​ວິໄຈ​ໄດ້​ວິເຄາະ​ເມືອກ​ຂອງ​ໂຕ​ທາກ​ແລະ​ພົບ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເມືອກ​ນີ້​ມີ​ຄຸນສົມບັດ​ຄື​ກາວ. ຕົວຢ່າງ​ເຊັ່ນ ເມືອກ​ຈະ​ມີ​ແຮງ​ດຶງດູດ​ສອງ​ຊະນິດ​ທັງ​ແຮງ​ດຶງດູດ​ທີ່​ເກີດ​ຈາກ​ພັນທະ​ເຄມີ​ແລະ​ແຮງ​ດຶງດູດ​ທີ່​ເກີດ​ຈາກ​ໄຟ​ຟ້າ​ສະຖິດ. ເມືອກ​ນີ້​ຈະ​ຊຶມ​ເຂົ້າ​ໄປ​ໃນ​ພື້ນ​ຜິວ​ທີ່​ໂຕ​ທາກ​ເກາະ​ຢູ່​ເຮັດ​ໃຫ້​ໂຕ​ທາກ​ສາມາດ​ເກາະ​ຕິດ​ກັບ​ພື້ນ​ຜິວ​ນັ້ນ​ໄດ້. ແລະ​ເມືອກ​ນີ້​ຈະ​ມີ​ຄວາມ​ຍືດຍຸ່ນ​ເມື່ອ​ໄດ້​ຮັບ​ແຮງ​ກົດ ຈາກ​ແນວ​ຄິດ​ນີ້​ນັກ​ວິໄຈ​ຈຶ່ງ​ໄດ້​ຜະລິດ​ວັດສະດຸ​ຊະນິດໜຶ່ງ​ຂຶ້ນ​ມາ​ໂດຍ​ຮຽນແບບ​ເມືອກ​ຂອງ​ໂຕ​ທາກ. ວັດສະດຸ​ທີ່​ມີ​ຄຸນສົມບັດ​ຄື​ກາວ​ນີ້​ສາມາດ​ຍຶດ​ຕິດ​ກັບ​ອະໄວຍະວະ​ຂອງ​ສິ່ງ​ມີ​ຊີວິດ​ໄດ້​ແລະ​ມີ​ຄວາມ​ແຂງແຮງ​ທົນ​ທານ​ຫຼາຍ​ກວ່າ​ກາວ​ທີ່​ໃຊ້​ຢູ່​ໃນ​ວົງ​ການ​ແພດ​ໃນ​ທຸກ​ມື້​ນີ້. ລາຍງານ​ບອກ​ວ່າ​ກາວ​ຊະນິດ​ນີ້​ສາມາດ​ຕິດ​ຢູ່​ກັບ​ອະໄວຍະວະ “ແບບ​ດຽວ​ກັບ​ທີ່​ກະດູກ​ອ່ອນ​ຕິດ​ຢູ່​ກັບ​ກະດູກ.”

 ນັກວິຊາການ​ເຊື່ອ​ວ່າ​ໃນ​ອະນາຄົດ​ໝໍ​ຜ່າ​ຕັດ​ທຸກ​ຄົນ​ອາດຈະ​ໃຊ້​ກາວ​ນີ້​ປິດ​ບາດ​ແຜ​ແທນ​ການຫຍິບ​ບາດ​ແຜ​ດ້ວຍ​ດ້າຍ​ຫຼື​ລວດ. ແລະ​ອາດຈະ​ໃຊ້​ເພື່ອ​ສ້ອມ​ແຊມ​ກະດູກ​ອ່ອນ​ຫຼື​ໃຊ້​ເພື່ອ​ຍຶດ​ຕິດ​ເຄື່ອງມື​ແພດ​ບາງ​ຢ່າງ​ເຂົ້າ​ກັບ​ອະໄວຍະວະ​ພາຍ​ໃນ​ຮ່າງກາຍ. ມີການ​ທົດສອບ​ປະສິດທິພາບ​ແລະ​ພົບ​ວ່າ​ກາວ​ນີ້​ສາມາດ​ອັດ​ຮອຍ​ຮົ່ວ​ຢູ່​ຫົວໃຈ​ໝູ​ແລະ​ປິດ​ບາດ​ແຜ​ຢູ່​ຕັບ​ຂອງ​ໜູ​ໄດ້.

 ການສຶກສາ​ຄົ້ນຄວ້າ​ສິ່ງ​ທີ່​ຢູ່​ໃນ​ທຳມະຊາດ​ເຮັດ​ໃຫ້​ນັກ​ວິທະຍາສາດ​ຄົ້ນພົບ​ວິທີ​ແກ້​ບັນຫາ​ຕ່າງໆ. ໂດນັນ ອິງເບີ ຜູ້​ອຳນວຍ​ການ​ສະຖາບັນ​ທີ່​ພັດທະນາ​ກາວ​ສັງ​ເຄາະ​ຊະນິດ​ນີ້​ບອກ​ວ່າ: “ເຮົາ​ຕ້ອງ​ຮູ້​ວ່າ​ຄວນ​ຈະ​ເບິ່ງ​ໄປ​ບ່ອນ​ໃດ ແລະ​ເມື່ອ​ເຫັນ​ບາງ​ສິ່ງ​ແລ້ວ​ກໍ​ພະຍາຍາມ​ຄິດ​ວິທີ​ໃໝ່ໆໃຫ້​ອອກ”

 ເຈົ້າ​ຄິດ​ແນວໃດ? ເມືອກ​ຂອງ​ໂຕ​ທາກ​ເກີດ​ຈາກ​ວິວັດທະນາການ​ບໍ? ຫຼື​ມີ​ຜູ້​ອອກແບບ?

a ຊື່​ທາງ​ວິທະຍາສາດ​ຄື Arion subfuscus.