ຂ້າມໄປທີ່ເນື້ອໃນ

ເລື່ອງ​ທີ່​ໜ້າ​ຮູ້​ກ່ຽວ​ກັບ​ການ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ

ເລື່ອງ​ທີ່​ໜ້າ​ຮູ້​ກ່ຽວ​ກັບ​ການ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ

 ພະຍານ​ພະ​ເຢໂຫວາ​ຊວນ​ເຈົ້າ​ມາ​ຮຽນ​ຄຳ​ພີ​ໄບເບິນ​ນຳ​ກັນ. ການ​ຮຽນ​ຄຳ​ພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ຫຼາຍ​ຢ່າງ​ເຊັ່ນ:

  •   ຊ່ວຍ​ໃຫ້​ຊີວິດ​ມີ​ຄວາມສຸກ

  •   ຊ່ວຍ​ໃຫ້​ເຈົ້າ​ເປັນ​ໝູ່​ກັບ​ພະເຈົ້າ

  •   ຊ່ວຍ​ໃຫ້​ເຈົ້າ​ຮູ້​ຄຳ​ສັນຍາ​ຂອງ​ພະເຈົ້າ​ກ່ຽວ​ກັບ​ອະນາຄົດ

ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ

 ເຮົາ​ຮຽນ​ຄຳ​ພີ​ໄບເບິນ​ແນວ​ໃດ?

 ຜູ້​ສອນ​ຈະ​ຊ່ວຍ​ເຈົ້າ​ຮຽນ​ຄຳ​ພີ​ໄບເບິນ​ໄປ​ເທື່ອ​ລະ​ເລື່ອງ​ໂດຍ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ! ເຈົ້າ​ຈະ​ຄ່ອຍໆຮູ້​ວ່າ​ຄຳ​ພີ​ໄບເບິນ​ສອນ​ຫຍັງ​ແດ່ ແລະ​ເປັນ​ປະໂຫຍດ​ກັບ​ເຈົ້າ​ແນວ​ໃດ. ເພື່ອ​ຈະ​ຮູ້​ຫຼາຍ​ຂຶ້ນ ຂໍ​ເຊີນ​ເບິ່ງ​ວິດີໂອ.

 ຕ້ອງ​ເສຍ​ເງິນ​ຄ່າ​ຮຽນ​ບໍ?

 ບໍ່. ພະຍານ​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຢຊູ​ທີ່​ໃຫ້​ກັບ​ພວກ​ລູກສິດ​ວ່າ: “ສິ່ງ​ທີ່​ເຈົ້າ​ໄດ້​ຮັບ​ມາ​ລ້າໆ ກໍ​ໃຫ້​ຄົນ​ອື່ນ​ໄປ​ລ້າໆ.” (ມັດທາຍ 10:8) ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ສາມາດ​ຂໍ​ຮັບ​ປຶ້ມ​ທີ່​ໃຊ້​ໃນ​ການ​ຮຽນ ເຊິ່ງ​ລວມ​ເຖິງ​ຄຳ​ພີ​ໄບເບິນ​ແລະ​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ! ໄດ້​ຟຣີ.

 ຕ້ອງ​ຮຽນ​ດົນ​ສ່ຳ​ໃດ?

 ຄູ່​ມື​ທີ່​ໃຊ້​ຮຽນ​ຄຳ​ພີ​ໄບເບິນ​ນີ້​ມີ​ທັງ​ໝົດ 60 ບົດ. ເຮົາ​ບໍ່​ໄດ້​ກຳນົດ​ຕາຍ​ໂຕ​ວ່າ​ຕ້ອງ​ຮຽນ​ສ່ຳ​ໃດ ແຕ່​ຄົນ​ທີ່​ຮຽນ​ສ່ວນ​ຫຼາຍ​ມັກ​ຮຽນ​ເທື່ອ​ລະ 1 ບົດ​ຫຼື​ຫຼາຍ​ກວ່າ​ນັ້ນ​ຕໍ່​ອາທິດ.

 ຈະ​ເລີ່ມ​ຮຽນ​ແນວ​ໃດ?

  1.  1. ຂຽນ​ແບບຟອມ​ອອນລາຍ. ເຮົາ​ຈະ​ໃຊ້​ຂໍ້​ມູນ​ສ່ວນ​ໂຕ​ທີ່​ເຈົ້າ​ໃຫ້​ເພື່ອ​ພະຍານ​ພະ​ເຢໂຫວາ​ຜູ້​ໃດ​ຜູ້​ໜຶ່ງ​ຈະ​ຕິດ​ຕໍ່​ກັບ​ເຈົ້າ​ເທົ່າ​ນັ້ນ.

  2.  2. ຜູ້​ສອນ​ຈະ​ຕິດ​ຕໍ່​ເຈົ້າ. ຜູ້​ສອນ​ຈະ​ອະທິບາຍ​ວ່າ​ການ​ຮຽນ​ຄຳ​ພີ​ໄບເບິນ​ເຮັດ​ແນວ​ໃດ ແລະ​ຈະ​ຕອບ​ຄຳຖາມ​ຕ່າງໆທີ່​ເຈົ້າ​ສົງໄສ.

  3.  3. ເຈົ້າ​ນັດ​ວັນ​ເວລາ​ທີ່​ຈະ​ຮຽນ​ໄດ້. ເຈົ້າ​ອາດ​ຈະ​ຮຽນ​ແບບ​ໂຕ​ຕໍ່​ໂຕ​ຫຼື​ຮຽນ​ທາງ​ໂທລະສັບ ໂທ​ທາງ​ວິດີໂອ ຈົດໝາຍ ຫຼື​ອີເມວ​ກໍ​ໄດ້. ການ​ຮຽນ​ແຕ່​ລະ​ເທື່ອ​ໃຊ້​ເວລາ​ປະມານ 1 ຊົ່ວ​ໂມງ ແຕ່​ຖ້າ​ເຈົ້າ​ມີ​ເວລາ​ໜ້ອຍ​ຫຼື​ຫຼາຍ​ກວ່າ​ນັ້ນ​ກໍ​ສາມາດ​ປັບ​ປ່ຽນ​ໄດ້.

 ລອງ​ຮຽນ​ແຕ່​ບາງ​ບົດ​ກ່ອນ​ໄດ້​ບໍ?

 ໄດ້. ຫຼັງ​ຈາກ​ທີ່​ເຈົ້າ​ຂຽນ​ແບບຟອມ​ອອນລາຍ ຈະ​ມີ​ຜູ້​ສອນ​ຕິດ​ຕໍ່​ເຈົ້າ ເຈົ້າ​ສາມາດ​ບອກ​ກັບ​ຜູ້​ສອນ​ໄດ້​ວ່າ​ເຈົ້າ​ຢາກ​ຈະ​ລອງ​ເບິ່ງ​ກ່ອນ​ວ່າ​ເຈົ້າ​ຈະ​ມັກ​ການ​ຮຽນ​ນີ້​ບໍ. ຜູ້​ສອນ​ຈະ​ໃຊ້​ຈຸນລະສານ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ!—ເລີ່ມ​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ພີ​ໄບເບິນ ເຊິ່ງ​ມີ​ 3 ບົດ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ​ເຈົ້າ​ຈະ​ມັກ​ເລື່ອງ​ທີ່​ໄດ້​ຮຽນ​ຫຼື​ບໍ່.

 ຖ້າ​ຮຽນ​ຄຳ​ພີ​ໄບເບິນ ຂ້ອຍ​ຈະ​ຕ້ອງ​ປ່ຽນ​ສາສະໜາ​ບໍ?

 ບໍ່. ພະຍານ​ພະ​ເຢໂຫວາ​ຢາກ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ຄຳ​ພີ​ໄບເບິນ​ສອນ​ຫຍັງ ແຕ່​ເຮົາ​ບໍ່​ກົດ​ດັນ​ໃຜ​ໃຫ້​ປ່ຽນ​ສາສະໜາ. ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ຄຳ​ພີ​ໄບເບິນ​ບອກ​ຄື​ໃຫ້​ກຽດ​ແລະ​ນັບຖື​ການ​ຕັດສິນ​ໃຈ​ຂອງ​ທຸກ​ຄົນ​ວ່າ​ຈະ​ນັບຖື​ສາສະໜາ​ຫຍັງ.—1 ເປໂຕ 3:15

 ຂ້ອຍ​ຈະ​ໃຊ້​ຄຳ​ພີ​ໄບເບິນ​ຂອງ​ໂຕ​ເອງ​ໄດ້​ບໍ?

 ໄດ້ ເຈົ້າ​ຈະ​ໃຊ້​ຄຳ​ພີ​ໄບເບິນ​ສະບັບ​ແປ​ໃດ​ກໍ​ໄດ້. ພະຍານ​ພະ​ເຢໂຫວາ​ໃຊ້​ຄຳ​ພີ​ໄບເບິນ​ສະບັບ​ແປ​ໂລກ​ໃໝ່ ເຊິ່ງ​ຈະ​ແຈ້ງ​ເຂົ້າ​ໃຈ​ງ່າຍ​ແລະ​ຖືກຕ້ອງ ແຕ່​ເຮົາ​ກໍ​ເຂົ້າ​ໃຈ​ວ່າ​ຜູ້​ຮຽນ​ຫຼາຍ​ຄົນ​ອາດ​ຈະ​ມັກ​ສະບັບ​ແປ​ທີ່​ເຂົາເຈົ້າ​ຄຸ້ນ​ເຄີຍ​ຫຼາຍ​ກວ່າ.

 ຂ້ອຍ​ຈະ​ຊວນ​ຄົນ​ອື່ນ​ມາ​ຮຽນ​ນຳ​ໄດ້​ບໍ?

 ໄດ້. ເຈົ້າ​ອາດ​ຊວນ​ຄອບຄົວ​ຫຼື​ໝູ່​ເພື່ອນ​ຂອງ​ເຈົ້າ​ມາ​ຮຽນ​ນຳ​ກັນ​ໄດ້.

 ຖ້າ​ຂ້ອຍ​ເຄີຍ​ຮຽນ​ຄຳ​ພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ​ມາ​ແລ້ວ ຂ້ອຍ​ຈະ​ເລີ່ມ​ຮຽນ​ໃໝ່​ໄດ້​ບໍ?

 ໄດ້. ເຈົ້າ​ຈະ​ມ່ວນ​ກັບ​ການ​ຮຽນ​ຫຼາຍ​ກວ່າ​ແຕ່​ກ່ອນ​ອີກ ເພາະ​ເຮົາ​ໄດ້​ປັບ​ຄູ່​ມື​ການ​ຮຽນ​ໃໝ່​ໃຫ້​ເຂົ້າ​ກັບ​ປັດຈຸບັນ. ປຶ້ມ​ນີ້​ມີ​ວິດີໂອ​ຊ່ວຍ​ສອນ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ​ມ່ວນ​ກັບ​ການ​ຮຽນ​ຫຼາຍ​ຂຶ້ນ.

 ຂ້ອຍ​ຈະ​ຮຽນ​ເອງ​ໂດຍ​ບໍ່​ຕ້ອງ​ມີ​ຜູ້​ສອນ​ໄດ້​ບໍ?

 ໄດ້. ເຖິງ​ວ່າ​ຄົນ​ທີ່​ຮຽນ​ຫຼາຍ​ຄົນ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ເມື່ອ​ມີ​ຜູ້​ສອນ​ຊ່ວຍ​ອະທິບາຍ ແຕ່​ບາງ​ຄົນ​ກໍ​ມັກ​ຮຽນ​ດ້ວຍ​ໂຕ​ເອງ​ກ່ອນ. ເຮົາ​ມີ​ສ່ວນ​ເຄື່ອງ​ມື​ສຶກສາ​ຄຳ​ພີ​ໄບເບິນ ເຊິ່ງ​ຈະ​ມີ​ເຄື່ອງ​ມື​ແລະ​ແຫຼ່ງ​ຂໍ້​ມູນ​ຕ່າງໆທີ່​ຈະ​ຊ່ວຍ​ເຈົ້າ​ຮຽນ​ຄຳ​ພີ​ໄບເບິນ. ເຈົ້າ​ສາມາດ​ເລືອກ​ໃຊ້​ເຄື່ອງ​ມື​ຕ່າງໆຕໍ່​ໄປ​ນີ້:

  •   ໄດ້​ປະໂຫຍດ​ຈາກ​ຄຳ​ສອນ​ໃນ​ຄຳ​ພີ​ໄບເບິນ. ບົດ​ຄວາມ​ເຫຼົ່າ​ນີ້​ເວົ້າ​ເຖິງ​ຫຼັກ​ການ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ທີ່​ໃຊ້​ໄດ້​ແທ້​ໃນ​ຊີວິດ​ຂອງ​ເຮົາ ເຊັ່ນ: ບົດ​ຄວາມ​ເລື່ອງ ວິທີ​ຮັບ​ມື​ກັບ​ຄວາມ​ເຄັ່ງ​ຕຶງ ວິທີ​ສອນ​ລູກ ຈະ​ໃຊ້​ຊີວິດ​ແນວ​ໃດ​ຖ້າ​ລາຍ​ໄດ້​ໜ້ອຍ​ລົງ?

  •   ວິດີໂອ​ອະທິບາຍ​ຄຳ​ພີ​ໄບເບິນ. ວິດີໂອ​ສັ້ນ​ຫຼາຍ​ເລື່ອງ​ທີ່​ອະທິບາຍ​ຄຳ​ສອນ​ຫຼັກ​ຂອງ​ຄຳ​ພີ​ໄບເບິນ.

  •   ຖາມ-ຕອບ​ເລື່ອງ​ຄຳ​ພີ​ໄບເບິນ. ບົດ​ຄວາມ​ທີ່​ຕອບ​ຄຳຖາມ​ເລື່ອງ​ຕ່າງໆໃນ​ຄຳ​ພີ​ໄບເບິນ.

  •   ອະທິບາຍ​ຂໍ້​ຄຳ​ພີ. ເບິ່ງ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ຂໍ້​ຄຳ​ພີ​ແລະ​ສຳນວນ​ຈາກ​ຂໍ້​ຄຳ​ພີ​ທີ່​ຫຼາຍ​ຄົນ​ຮູ້ຈັກ​ດີ.