ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ເພງ​ທີ 59

ມາ​ສັນລະເສີນ​ພະ​ເຢໂຫວາ​ຮ່ວມ​ກັນ

ມາ​ສັນລະເສີນ​ພະ​ເຢໂຫວາ​ຮ່ວມ​ກັນ

(ຄຳເພງ 146:2)

  1. 1. ມາ​ຮ່ວມ​ສັນ​ເສີນ ພະ​ເຢໂຫວາ

    ຜູ້​ໃຫ້​ຊີວິດ​ລົມ​ຫາຍ​ໃຈ​ແລະ​ທຸກ​ສິ່ງ

    ທຸກ​ວັນ​ທຸກ​ຄືນ ເຮົາ​ສັນ​ເສີນ​ນາມ

    ເຊີດຊູ​ຄວາມ​ຮັກ​ຄວາມ​ຍິ່ງໃຫຍ່​ຂອງ​ພະເຈົ້າ

    ໃຫ້​ເຮົາ​ມາ​ຮ້ອງ​ສັນລະເສີນ​ຊື່​ພະອົງ

  2. 2. ມາ​ຮ່ວມ​ສັນ​ເສີນ ຜູ້​ທີ່​ໄດ້​ຟັງ

    ຄຳ​ທູນ​ອ້ອນ​ວອນ​ທີ່​ພວກ​ເຮົາ​ນັ້ນ​ຕ້ອງການ

    ອຳນາດ​ພະເຈົ້າ ຊ່ວຍ​ຄົນ​ອ່ອນ​ແຮງ

    ພະລັງ​ພະອົງ​ຄ້ຳ​ຈຸ​ນ​ຄົນ​ທີ່​ຖ່ອມ​ຕົວ

    ເຮົາ​ປະກາດ​ອຳນາດ​ແລະ​ຊື່ສຽງ​ພະອົງ

  3. 3. ມາ​ຮ່ວມ​ສັນ​ເສີນ ພະເຈົ້າ​ຂອງ​ເຮົາ

    ຜູ້​ປອບ​ໂຍນ​ເຮົາ​ຜູ້​ທີ່​ເຮົາ​ວາງໃຈ​ໄດ້

    ພ້ອມ​ຈະ​ອະໄພ ຮັກສາ​ແຜ​ໃຈ

    ໄດ້​ພອນ​ມາກ​ລົ້ນ​ໂດຍ​ລາຊະອານາຈັກ

    ໃຫ້​ເຮົາ​ສັນ​ເສີນ​ພະເຈົ້າ​ດ້ວຍ​ຄວາມ​ຍິນດີ