ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຄຳ​ນຳ

ຄຳ​ນຳ

ໃນ​ສະໄໝ​ທີ່​ຫຍຸ້ງຍາກ​ນີ້ ສາຍ​ໃຍ​ຂອງ​ຄອບຄົວ​ແລະ​ຊີວິດ​ຄູ່​ຖືກ​ຕັດ​ຂາດ​ໄດ້​ງ່າຍ ດັ່ງ​ນັ້ນ ຄອບຄົວ​ຈະ​ມີ​ຄວາມ​ສຸກ​ໄດ້​ບໍ? ເລື່ອງ​ນີ້​ບໍ່​ງ່າຍ​ເລີຍ ແຕ່​ມີ​ຄຳ​ແນະນຳ​ທີ່​ດີ​ເຊິ່ງ​ຈະ​ຊ່ວຍ​ໄດ້. ເຖິງ​ວ່າ​ປຶ້ມ​ຫົວ​ນີ້​ບໍ່​ແມ່ນ​ຄູ່​ມື​ສຳລັບ​ຄອບຄົວ​ໃນ​ແບບ​ທີ່​ຄົບ​ຊຸດ ແຕ່​ປຶ້ມ​ນີ້​ກໍ​ຊີ້​ໃຫ້​ເຫັນ​ຫຼັກ​ການ​ທີ່​ເຊື່ອ​ຖື​ໄດ້​ເຊິ່ງ​ມາ​ຈາກ​ຄຳພີ​ໄບເບິນ ແລະ​ຍັງ​ມີ​ຄຳ​ແນະນຳ​ອື່ນໆອີກ​ທີ່​ໃຊ້​ແລ້ວ​ໄດ້​ຮັບ​ຜົນ​ດີ. ເມື່ອ​ທ່ານ​ນຳ​ເອົາ​ຄວາມ​ຮູ້​ເຫຼົ່າ​ນີ້​ມາ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ ຄອບຄົວ​ຂອງ​ທ່ານ​ກໍຈະ​ມີ​ຄວາມ​ສຸກ.