ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວິທະຍາສາດ​ແລະ​ບັນທືກ​ໃນ​ພະທຳ​ຕົ້ນເດີມ

ວິທະຍາສາດ​ແລະ​ບັນທືກ​ໃນ​ພະທຳ​ຕົ້ນເດີມ

ຫລາຍ​ຄົນ​ອ້າງ​ວ່າ​ວິທະຍາສາດ​ໄດ້​ພິສູດ​ວ່າ​ເລື່ອງ​ການ​ສ້າງ​ໃນ​ບັນທຶກ​ຂອງ​ຄຳພີ​ໄບເບິນ​ບໍ່​ເປັນ​ຄວາມ​ຈິງ. ແຕ່​ສິ່ງ​ທີ່​ຂັດ​ແຍ່ງ​ກັນ​ແທ້ໆບໍ່​ແມ່ນ​ວິທະຍາສາດ​ແລະ​ຄຳພີ​ໄບເບິນ ແຕ່​ແມ່ນ​ວິທະຍາສາດ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ຄລິດສະຕຽນ​ທີ່​ເຊື່ອ​ຄຳພີ​ໄບເບິນ​ຕາມ​ຕົວ​ອັກສອນ. ບາງ​ກຸ່ມ​ອ້າງ​ຜິດໆວ່າ​ຄຳພີ​ໄບເບິນ​ກ່າວ​ວ່າ​ທຸກ​ສິ່ງ​ຖືກ​ສ້າງ​ຂຶ້ນ​ມາ​ພາຍ​ໃນ​ຫົກ​ວັນ ເຊິ່ງ​ແຕ່​ລະ​ວັນ​ມີ 24 ຊົ່ວ​ໂມງ ປະມານ​ວ່າ 10.000 ປີ​ມາ​ແລ້ວ.

ຢ່າງ​ໃດ​ກໍ​ຕາມ ຄຳພີ​ໄບເບິນ​ບໍ່​ໄດ້​ສອດຄ່ອງ​ກັບ​ຂໍ້​ສະຫລຸບ​ນັ້ນ. ຖ້າ​ເປັນ​ແນວ​ນັ້ນ​ການ​ຄົ້ນ​ພົບ​ທາງ​ວິທະຍາສາດ​ຢ່າງ​ມາກ​ມາຍ​ຕະຫລອດ​ຫນຶ່ງ​ຮ້ອຍ​ປີ​ທີ່​ຜ່ານ​ມາ ກໍ​ຄື​ຈະ​ເຮັດ​ໃຫ້​ພະ​ຄຳພີ​ບໍ່​ຫນ້າ​ເຊື່ອ​ຖື​ເລີຍ. ການ​ສຶກສາ​ຂໍ້ຄວາມ​ໃນ​ພະ​ຄຳພີ​ຢ່າງ​ຖີ່​ຖ້ວນ​ສະແດງ​ໃຫ້​ເຫັນ​ວ່າ​ພະ​ຄຳພີ​ບໍ່​ມີ​ຂໍ້​ຂັດ​ແຍ່ງ​ກັບ​ຂໍ້​ມູນ​ຄວາມ​ຈິງ​ທາງ​ວິທະຍາສາດ​ທີ່​ມີ​ຫລັກຖານ​ທີ່​ຢັ້ງຢືນ​ແລ້ວ. ດ້ວຍ​ເຫດຜົນ​ນີ້ ພະຍານ​ພະ​ເຢໂຫວາ​ຈຶ່ງ​ບໍ່​ເຫັນ​ດີ​ກັບ​ຄລິດສະຕຽນ​ທີ່​ເຊື່ອ​ຄຳພີ​ໄບເບິນ​ຕາມ​ຕົວ​ອັກສອນ ແລະ​ຫລາຍ​ຄົນ​ທີ່​ເຊື່ອ​ເລື່ອງ​ການ​ສ້າງ​ພາຍ​ໃນ​ຫົກ​ວັນ. ຕໍ່​ໄປ​ນີ້​ເປັນ​ຄຳ​ອະທິບາຍ​ທີ່​ສະແດງ​ວ່າ ຄຳພີ​ໄບເບິນ​ສອນ​ແນວ​ໃດ​ແທ້ໆ.

ພະທຳ​ຕົ້ນເດີມ​ບໍ່​ໄດ້​ສອນ​ວ່າ​ໂລກ​ແລະ​ເອກະພົບ​ຖືກ​ສ້າງ​ຂຶ້ນ​ໃນ​ຫົກ​ວັນ ເຊິ່ງ​ແຕ່​ລະ​ວັນ​ມີ 24 ຊົ່ວ​ໂມງ ພຽງ​ແຕ່​ບໍ່​ເທົ່າ​ໃດ​ພັນ​ປີ​ຜ່ານ​ມາ

ເມື່ອ​ໃດ​ແມ່ນ “ຕົ້ນເດີມ?”

ພະທຳ​ຕົ້ນເດີມ​ເລີ່ມ​ດ້ວຍ​ຄຳ​ເວົ້າ​ທີ່​ງ່າຍໆ ແຕ່​ມີ​ພະລັງ “ເມື່ອ​ຕົ້ນເດີມ ພະເຈົ້າ​ໄດ້​ນິລະມິດ​ສ້າງ​ຟ້າ​ທັງ​ຫລາຍ​ແລະ​ແຜ່ນດິນ​ໂລກ.” (ຕົ້ນເດີມ 1:1) ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຫລາຍ​ຄົນ​ເຫັນ​ດີ​ນຳ​ກັນ​ວ່າ​ຄຳ​ເວົ້າ​ນີ້​ພັນລະນາ​ເຖິງ​ການ​ດຳເນີນ​ການ​ເຊິ່ງ​ບໍ່​ກ່ຽວ​ຂ້ອງ​ກັບ​ວັນ​ແຫ່ງ​ການ​ສ້າງ​ທີ່​ເວົ້າ​ເຖິງ​ຕັ້ງ​ແຕ່​ຂໍ້​ສາມ​ເປັນ​ຕົ້ນ​ມາ. ເລື່ອງ​ນີ້​ສຳຄັນ​ຫລາຍ. ດັ່ງ​ຄຳ​ທີ່​ກ່າວ​ໄວ້​ໃນ​ຕອນ​ຕົ້ນ​ຂອງ​ຄຳພີ​ໄບເບິນ ເອກະພົບ​ລວມ​ທັງ​ຫນ່ວຍ​ໂລກ​ມີ​ຢູ່​ກ່ອນ ວັນ​ແຫ່ງ​ການ​ສ້າງ​ເລີ່ມ​ຕົ້ນ​ໂດຍ​ທີ່​ບໍ່​ໄດ້​ລະບຸ​ເວລາ​ໄວ້.

ນັກ​ທໍລະນີ​ສາດ​ກະ​ປະມານ​ວ່າ​ຫນ່ວຍ​ໂລກ​ມີ​ອາຍຸ​ໄດ້ 4 ຕື້​ປີ ແລະ​ນັກ​ດາລາສາດ​ຄຳນວນ​ວ່າ​ເອກະພົບ​ອາດ​ຈະມີ​ອາຍຸ​ຫລາຍ​ເຖິງ 15 ຕື້​ປີ. ການ​ຄົ້ນ​ພົບ​ນີ້—ເຊິ່ງ​ອາດ​ຈະ​ມີ​ການ​ປັບ​ຕົວ​ເລກ​ແດ່​ໃນ​ອະນາຄົດ—ຂັດ​ແຍ່ງ​ກັບ​ພະທຳ​ຕົ້ນເດີມ 1:1 ບໍ? ບໍ່. ຄຳພີ​ໄບເບິນ​ບໍ່​ໄດ້​ລະບຸ​ອາຍຸ​ຂອງ ‘ຟ້າ​ແລະ​ແຜ່ນດິນ​ໂລກ.’ ວິທະຍາສາດ​ບໍ່​ໄດ້​ຂັດ​ແຍ່ງ​ກັບ​ຂໍ້ຄວາມ​ໃນ​ຄຳພີ​ໄບເບິນ.

ວັນ​ແຫ່ງ​ການ​ສ້າງ​ຍາວ​ນານ​ເທົ່າ​ໃດ?

ແລ້ວ​ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຍາວ​ຂອງ​ວັນ​ແຫ່ງ​ການ​ສ້າງ? ວັນ​ເຫລົ່າ​ນັ້ນ​ຍາວ 24 ຊົ່ວ​ໂມງ​ຕາມ​ຕົວ​ອັກສອນ​ບໍ? ບາງ​ຄົນ​ອ້າງ​ວ່າ​ໂມເຊ​ຜູ້​ຂຽນ​ພະທຳ​ຕົ້ນເດີມ​ໄດ້​ກ່າວ​ໄວ້​ພາຍ​ຫລັງ​ວ່າ ວັນ​ຕໍ່​ຈາກ​ຫົກ​ວັນ​ແຫ່ງ​ການ​ສ້າງ​ເປັນ​ຕົ້ນ​ແບບ​ຂອງ​ວັນ​ຊະບາໂຕ​ປະຈຳ​ສັບປະດາ ວັນ​ແຫ່ງ​ການ​ສ້າງ​ແຕ່​ລະ​ວັນ​ຈຶ່ງ​ຕ້ອງ​ເປັນ 24 ຊົ່ວ​ໂມງ​ຕາມ​ຕົວ​ອັກສອນ. (ອົບພະຍົບ 20:11) ຖ້ອຍຄຳ​ໃນ​ຕົ້ນເດີມ​ສອດຄ່ອງ​ກັບ​ຄຳ​ສະຫລຸບ​ນີ້​ບໍ?

ບໍ່​ເປັນ​ເຊັ່ນ​ນັ້ນ. ຄວາມ​ຈິງ​ກໍ​ຄື​ຄຳ​ວ່າ “ວັນ” ໃນ​ພາສາ​ເຫບເລີ​ອາດ​ຈະ​ຫມາຍ​ເຖິງ​ໄລຍະ​ເວລາ​ທີ່​ຍາວ​ນານ​ຕ່າງ​ກັນ​ບໍ່​ແມ່ນ​ແຕ່ 24 ຊົ່ວ​ໂມງ​ເທົ່າ​ນັ້ນ. ຕົວຢ່າງ​ເຊັ່ນ​ເມື່ອ​ສະຫລຸບ​ວຽກ​ງານ​ສ້າງ​ຂອງ​ພະເຈົ້າ ໂມເຊ​ກ່າວ​ເຖິງ​ຫົກ​ວັນ​ແຫ່ງ​ການ​ສ້າງ​ເປັນ​ວັນ​ດຽວ. (ຕົ້ນເດີມ 2:5) ນອກ​ຈາກ​ນີ້ ໃນ​ວັນ​ແຫ່ງ​ການ​ສ້າງ​ວັນ​ທຳອິດ “ພະເຈົ້າ​ໄດ້​ເອີ້ນ​ແຈ້ງ​ນັ້ນ​ວ່າ​ເວັນ​ແລະ​ເອີ້ນ​ມືດ​ນັ້ນ​ວ່າ​ຄືນ.” (ຕົ້ນເດີມ 1:5) ຄຳ​ວ່າ​ວັນ​ຫລື “ເວັນ” ທີ່​ຢູ່​ໃນ​ຂໍ້​ນີ້​ເປັນ​ພຽງ​ແຕ່​ສ່ວນ​ຫນຶ່ງ​ຂອງ 24 ຊົ່ວ​ໂມງ​ເທົ່າ​ນັ້ນ. ເຫັນ​ໄດ້​ແຈ້ງ​ວ່າ​ພະ​ຄຳພີ​ບໍ່​ໄດ້​ບອກ​ສິ່ງ​ໃດ​ທີ່​ເຮັດ​ໃຫ້​ສະຫລຸບ​ໄດ້​ເອງ​ວ່າ ແຕ່​ລະ​ວັນ​ແຫ່ງ​ການ​ສ້າງ​ນີ້​ຍາວ 24 ຊົ່ວ​ໂມງ.

ສະນັ້ນ ວັນ​ແຫ່ງ​ການ​ສ້າງ​ຍາວ​ນານ​ເທົ່າ​ໃດ? ຄຳພີ​ໄບເບິນ​ບໍ່​ໄດ້​ບອກ ແຕ່​ຖ້ອຍຄຳ​ໃນ​ພະທຳ​ຕົ້ນເດີມ​ບົດ 1 ແລະ​ບົດ 2 ສ່ອງ​ແສງ​ວ່າ​ເປັນ​ເວລາ​ຍາວ​ນານ​ພໍ​ສົມຄວນ.

ການ​ສ້າງ​ໃນ​ຫົກ​ໄລຍະ

ໂມເຊ​ໄດ້​ບັນທຶກ​ເຫດການ​ໄວ້​ເປັນ​ພາສາ​ເຫບເລີ ຈາກ​ມຸມ​ມອງ​ຂອງ​ຄົນ​ທີ່​ຢືນ​ຢູ່​ເທິງ​ແຜ່ນດິນ​ໂລກ. ຄວາມ​ຈິງ​ສອງ​ຢ່າງ​ນີ້​ປະກອບ​ກັບ​ຄວາມ​ຮູ້​ທີ່​ວ່າ ເອກະພົບ​ມີ​ຢູ່​ກ່ອນ​ໄລຍະ​ເວລາ​ຫລື​ວັນ​ແຫ່ງ​ການ​ສ້າງ ຈຶ່ງ​ຊ່ວຍ​ລົດ​ຄວາມ​ຂັດ​ແຍ່ງ​ສ່ວນ​ໃຫຍ່​ກ່ຽວ​ກັບ​ບັນທຶກ​ນັ້ນ. ເປັນ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ?

ເຫດການ​ທີ່​ເລີ່ມ​ຕົ້ນ​ລະຫວ່າງ “ວັນ” ໜຶ່ງ​ໄດ້​ດຳເນີນ​ໄປ​ຢ່າງ​ຕໍ່​ເນື່ອງ​ຈົນ​ເຂົ້າ​ສູ່​ວັນ​ຕໍ່​ໄປ ຫຼື​ອີກ​ຫຼາຍໆ “ວັນ” ຫຼັງ​ຈາກ​ນັ້ນ

ການ​ພິຈາລະນາ​ຢ່າງ​ລະອຽດ​ໃນ​ບັນທຶກ​ຂອງ​ພະທຳ​ຕົ້ນເດີມ​ເປີດ​ເຜີຍ​ໃຫ້​ເຫັນ​ວ່າ​ເຫດການ​ທີ່​ເລີ່ມ​ຕົ້ນ​ລະຫວ່າງ “ວັນ” ຫນຶ່ງ​ໄດ້​ດຳເນີນ​ໄປ​ຢ່າງ​ຕໍ່​ເນື່ອງ​ຈົນ​ເຂົ້າ​ສູ່​ວັນ​ຕໍ່​ໄປ ຫລື​ອີກ​ຫລາຍໆ “ວັນ” ຫລັງ​ຈາກ​ນັ້ນ. ຕົວຢ່າງ​ເຊັ່ນ​ກ່ອນ “ວັນ” ທຳອິດ​ແຫ່ງ​ການ​ສ້າງ​ຈະ​ເລີ່ມ​ຂຶ້ນ ແສງ​ຈາກ​ດວງ​ຕາເວັນ​ທີ່​ມີ​ຢູ່​ແລ້ວ​ໄດ້​ສ່ອງ​ລົງ​ມາ​ບໍ່​ເຖິງ​ຫນ້າ​ໂລກ ອາດ​ຈະ​ຍ້ອນ​ມີ​ເມກ​ຫນາ​ບັງ​ໄວ້. (ໂຢບ 38:9) ລະຫວ່າງ “ວັນ” ທຳອິດ ສິ່ງ​ທີ່​ກັ້ນ​ນີ້​ເລີ່ມ​ບາງ​ລົງ​ຈຶ່ງ​ເຮັດ​ໃຫ້​ແສງ​ມົວໆສ່ອງ​ຜ່ານ​ບັນຍາກາດ​ລົງ​ມາ​ໄດ້. *

ໃນ “ວັນ” ທີ​ສອງ​ຄວາມ​ຫນາ​ແຫນ້ນ​ໃນ​ບັນຍາກາດ​ເລີ່ມ​ລົດ​ຫນ້ອຍ​ລົງ​ແລະ​ເຮັດ​ໃຫ້​ມີ​ຊ່ອງ​ຫວ່າງ​ລະຫວ່າງ​ເມກ​ຫນາ​ທີ່​ຢູ່​ທາງ​ເທິງ ແລະ​ມະຫາສະຫມຸດ​ທີ່​ຢູ່​ທາງ​ລຸ່ມ. ໃນ “ວັນ” ທີ​ສີ່​ບັນຍາກາດ​ເລີ່ມ​ໂປ່ງ​ໃສ​ຂຶ້ນ​ຈົນ​ເຫັນ​ດວງ​ຕາເວັນ​ແລະ​ດວງ​ເດືອນ “ໃນ​ທ້ອງຟ້າ” ໄດ້. (ຕົ້ນເດີມ 1:14-16) ເວົ້າ​ອີກ​ຢ່າງ​ຫນຶ່ງ ຈາກ​ມຸມ​ມອງ​ຂອງ​ຄົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ດວງ​ອາທິດ​ແລະ​ດວງ​ຈັນ​ເລີ່ມ​ປາກົດ​ໃຫ້​ເຫັນ. ເຫດການ​ທັງ​ຫມົດ​ນີ້​ໄດ້​ຄ່ອຍໆເກີດ​ຂຶ້ນ.

ບັນທຶກ​ໃນ​ພະທຳ​ຕົ້ນເດີມ​ຍັງ​ເລົ່າ​ວ່າ ຂະນະ​ທີ່​ບັນຍາກາດ​ແຈ່ມແຈ້ງ​ຂຶ້ນ ສິ່ງ​ທີ່​ມີ​ຊີວິດ ລວມ​ເຖິງ​ແມງ​ໄມ້ ແລະ​ສັດ​ປີກ​ກໍ​ເລີ່ມ​ປາກົດ​ໃຫ້​ເຫັນ​ໃນ “ວັນ” ທີ​ຫ້າ.

ຄຳ​ກ່າວ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ວ່າ​ເຫດການ​ໃຫຍ່ໆບາງ​ຢ່າງ​ລະຫວ່າງ​ແຕ່​ລະ​ວັນ ຫລື​ໄລຍະ​ເວລາ​ແຫ່ງ​ການ​ສ້າງ​ຄ່ອຍໆເປັນ​ໄປ​ແທນ​ທີ່​ຈະ​ເກີດ​ຂຶ້ນ​ທັນທີ ເຊິ່ງ​ບາງ​ເຫດການ​ກໍ​ອາດ​ຈະ​ຕໍ່​ເນື່ອງ​ຍາວ​ນານ​ຮອດ​ວັນ​ຕໍ່​ໄປ. *

ຕາມ​ເຊື້ອ​ຊາດ (ປະເພດ) ຂອງ​ມັນ

ການ​ທີ່​ພືດ​ແລະ​ສັດ​ຄ່ອຍໆປາກົດ​ຂຶ້ນ​ນັ້ນ​ສະແດງ​ວ່າ​ພະເຈົ້າ​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ທີ່​ແຕກຕ່າງ​ກັນ​ຫລາຍ​ຢ່າງ​ໂດຍ​ວິວັດທະນາການ​ບໍ? ບໍ່​ແມ່ນ. ບັນທຶກ​ນັ້ນ​ກ່າວ​ຢ່າງ​ຊັດເຈນ​ວ່າ​ພະເຈົ້າ​ສ້າງ​ພືດ​ແລະ​ສັດ​ຫລັກໆທຸກ “ເຊື້ອ​ຊາດ.” (ຕົ້ນເດີມ 1:11, 12, 20-25) “ເຊື້ອ​ຊາດ” ພືດ​ແລະ​ສັດ​ດັ້ງເດີມ ຖືກ​ກຳນົດ​ໃຫ້​ສາມາດ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ທີ່​ປ່ຽນ​ແປງ​ໄດ້​ບໍ? ອັນ​ໃດ​ເປັນ​ສິ່ງ​ທີ່​ກຳນົດ​ຂອບ​ເຂດ “ເຊື້ອ​ຊາດ” ຂອງ​ພືດ​ແລະ​ສັດ? ຄຳພີ​ໄບເບິນ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ນັ້ນ. ແຕ່​ຄຳພີ​ໄບເບິນ​ເວົ້າ​ຢ່າງ​ຊັດເຈນ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ໄດ້ “ເຕັມ​ບໍລິບູນ​ຕາມ​ເຊື້ອ​ຊາດ​ຂອງ​ເຂົາ​ທຸກ​ຢ່າງ.” (ຕົ້ນເດີມ 1:21) ຄຳ​ກ່າວ​ນີ້​ບົ່ງ​ຊີ້​ວ່າ​ການ​ປ່ຽນ​ແປງ​ຕ່າງໆທີ່​ເກີດ​ຂຶ້ນ​ກັບ​ສິ່ງ​ທີ່​ມີ​ຊີວິດ​ລ້ວນ​ແຕ່​ມີ​ຂອບ​ເຂດ​ຈຳກັດ​ຕາມ “ເຊື້ອ​ຊາດ” ຂອງ​ມັນ. ທັງ​ຫລັກຖານ​ຟອດຊິນ​ແລະ​ການ​ຄົ້ນ​ຄວ້າ​ສະໄຫມ​ໃຫມ່​ກໍ​ສອດຄ່ອງ​ກັບ​ແນວ​ຄິດ​ທີ່​ວ່າ​ພືດ​ແລະ​ສັດ​ປະເພດ​ຫລັກໆເກືອບ​ຈະ​ບໍ່​ໄດ້​ປ່ຽນ​ຈາກ​ເດີມ​ຕະຫລອດ​ເວລາ​ທີ່​ດົນ​ນານ.

ການ​ຄົ້ນ​ຄວ້າ​ໃນ​ປັດຈຸບັນ​ຢືນຢັນ​ວ່າ​ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ແພ່​ພັນ “ຕາມ​ເຊື້ອ​ຊາດ (ປະເພດ) ຂອງ​ເຂົາ”

ກົງ​ກັນ​ຂ້າມ​ກັບ​ຄຳ​ອ້າງ​ຂອງ​ບາງ​ຄົນ​ທີ່​ເຊື່ອ​ພະ​ຄຳພີ​ຕາມ​ຕົວ​ອັກສອນ ພະທຳ​ຕົ້ນເດີມ​ບໍ່​ໄດ້​ສອນ​ວ່າ ເອກະພົບ​ລວມ​ທັງ​ແຜ່ນດິນ​ໂລກ​ແລະ​ສິ່ງ​ທີ່​ມີ​ຊີວິດ​ທັງຫມົດເທິງ​ໂລກ​ຖືກ​ສ້າງ​ຂຶ້ນ​ໃນ​ໄລຍະ​ເວລາ​ສັ້ນໆ ເມື່ອ​ບໍ່​ດົນ​ມາ​ນີ້. ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ຄຳ​ກ່າວ​ໃນ​ພະທຳ​ຕົ້ນເດີມ​ເລື່ອງ​ການ​ສ້າງ​ເອກະພົບ​ແລະ​ສິ່ງ​ທີ່​ມີ​ຊີວິດ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ສອດຄ່ອງ​ກັບ​ການ​ຄົ້ນ​ພົບ​ທາງ​ວິທະຍາສາດ​ເມື່ອ​ບໍ່​ດົນ​ມາ​ນີ້.

ເນື່ອງ​ຈາກ​ແນວ​ຄິດ​ທາງ​ປັດຊະຍາ​ຂອງ​ຕົນ ນັກ​ວິທະຍາສາດ​ຫລາຍ​ຄົນ​ຈຶ່ງ​ປະຕິເສດ​ຄຳ​ຖະແຫລງ​ຂອງ​ຄຳພີ​ໄບເບິນ​ທີ່​ກ່າວ​ວ່າ ພະເຈົ້າ​ເປັນ​ຜູ້​ສ້າງ​ຫມົດ​ທຸກ​ສິ່ງ. ຢ່າງ​ໃດ​ກໍ​ຕາມ ຫນ້າ​ສົນ​ໃຈ​ທີ່​ພະທຳ​ຕົ້ນເດີມ​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ເກົ່າ​ແກ່ ທ່ານ​ໂມເຊ​ໄດ້​ບັນທຶກ​ວ່າ​ເອກະພົບ​ມີ​ການ​ເລີ່ມ​ຕົ້ນ ແລະ​ສິ່ງ​ທີ່​ມີ​ຊີວິດ​ເກີດ​ຂຶ້ນ​ຕາມ​ຂັ້ນ​ຕອນ​ຢ່າງ​ຕໍ່​ເນື່ອງ​ຕະຫລອດ​ເວລາ​ທີ່​ດົນ​ພໍ​ສົມຄວນ. ທ່ານ​ໂມເຊ​ໄດ້​ຂໍ້​ມູນ​ທາງ​ວິທະຍາສາດ​ຢ່າງ​ຖືກຕ້ອງ​ເມື່ອ​ປະມານ 3.500 ປີ​ມາ​ແລ້ວ​ຈາກ​ບ່ອນ​ໃດ? ມີ​ຄຳ​ອະທິບາຍ​ທີ່​ສົມ​ເຫດ​ສົມ​ຜົນ​ຢ່າງ​ດຽວ. ຜູ້​ມີ​ລິດເດດ​ແລະ​ສະຕິ​ປັນຍາ​ເຖິງ​ວ່າ​ສ້າງ​ທ້ອງຟ້າ​ແລະ​ແຜ່ນດິນ​ໂລກ​ໄດ້​ເປັນ​ຜູ້​ໃຫ້​ຄວາມ​ຮູ້​ທີ່​ກ້າວ​ລໍ້າ​ສະໄຫມ​ນີ້​ແກ່​ໂມເຊ. ເລື່ອງ​ນີ້​ເພີ່ມ​ນໍ້າ​ຫນັກ​ໃຫ້​ກັບ​ຄຳ​ອ້າງ​ທີ່​ວ່າ​ຄຳພີ​ໄບເບິນ “ເປັນ​ດ້ວຍ​ພະ​ວິນຍານ​ຂອງ​ພະເຈົ້າ.” *2 ຕີໂມເຕ 3:16.

ທ່ານ​ອາດ​ຈະ​ສົງໄສ​ວ່າ​ການ​ເຊື່ອ​ເລື່ອງ​ການ​ສ້າງ​ໃນ​ພະ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ທີ່​ສຳຄັນ​ແທ້ໆບໍ? ລອງ​ພິຈາລະນາ​ເຫດຜົນ​ທີ່​ດີ​ບາງ​ຢ່າງ​ເພື່ອ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​ການ​ຮູ້​ຄຳຕອບ​ໃນ​ເລື່ອງ​ນີ້​ຈຶ່ງ​ສຳຄັນ​ຫລາຍ.

^ ຂໍ້ 13 ໃນ​ການ​ພັນລະນາ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ “ວັນ” ທຳອິດ​ໃນ​ພາສາ​ເຫບເລີ​ໃຊ້​ຄຳ​ວ່າ​ແຈ້ງ​ຄື ອໍຣ ຫມາຍ​ເຖິງ​ຄວາມ​ສະຫວ່າງ​ທົ່ວໄປ ແຕ່​ກ່ຽວ​ກັບ “ວັນ” ທີ​ສີ່​ແຫ່ງ​ການ​ສ້າງ​ໃຊ້​ຄຳ​ວ່າ ມະອໍຣ ເຊິ່ງ​ຫມາຍ​ເຖິງ​ແຫລ່ງ​ກຳເນີດ​ຂອງ​ແສງ.

^ ຂໍ້ 16 ຕົວຢ່າງ​ເຊັ່ນ ໃນ​ລະຫວ່າງ​ວັນ​ທີ​ຫົກ​ແຫ່ງ​ການ​ສ້າງ​ພະເຈົ້າ​ສັ່ງ​ມະນຸດ​ວ່າ “ຈົ່ງ​ພາ​ກັນ​ອອກ​ແມ່​ແພ່​ລູກ​ເກີດ​ມາກ​ທະວີ​ຂຶ້ນ​ໃຫ້​ແຜ່ນດິນ​ເຕັມ.” (ຕົ້ນເດີມ 1:28, 31) ແຕ່​ເຫດການ​ນີ້​ຍັງ​ບໍ່​ໄດ້​ເລີ່ມ​ຕົ້ນ​ຈົນ​ຮອດ “ວັນ” ຕໍ່​ມາ.—ຕົ້ນເດີມ 2:2.

^ ຂໍ້ 20 ສຳລັບ​ຂໍ້​ມູນ​ເພີ່ມ​ເຕີມ​ໃນ​ເລື່ອງ​ນີ້​ເຊີນ​ເບິ່ງ​ວິດີໂອ​ສັ້ນ​ເລື່ອງ ເຮົາ​ຈະ​ແນ່​ໃຈ​ໄດ້​ແນວໃດ​ວ່າ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ? ທີ່​ມີ​ໃນ jw.org/th