ຂ້າມໄປທີ່ເນື້ອໃນ

ສຳພາດ | ອັນໂຕນີໂອ ເດລາ ກັດຕາ

ອັນ​ໃດ​ເຮັດ​ໃຫ້​ບາດ​ຫຼວງ​ລາ​ອອກ​ຈາກ​ໂບດ?

ອັນ​ໃດ​ເຮັດ​ໃຫ້​ບາດ​ຫຼວງ​ລາ​ອອກ​ຈາກ​ໂບດ?

ຫຼັງ​ຈາກ​ທີ່​ຮຽນ​ໃນ​ເມືອງ​ໂຣມ​ມາ​ເປັນ​ເວລາ 9 ປີ ໃນ​ປີ 1969 ອັນໂຕນີໂອ ເດ​ລາ ກັດ​ຕາ​ໄດ້​ບວດ​ເປັນ​ບາດ​ຫຼວງ. ຈາກ​ນັ້ນ​ລາວ​ກໍ​ໄດ້​ເປັນ​ເຈົ້າ​ອະທິການ​ຂອງ​ເຊເມີເນຣີ (ວິທະຍາໄລ​ຝຶກ​ບາດ​ຫຼວງ) ໃນ​ເມືອງ​ເນເປິນສ໌​ ປະເທດ​ອີຕາລີ. ໃນ​ຊ່ວງ​ນັ້ນ ລາວ​ໄດ້​ຄິດຕຶກຕອງ​ເຖິງ​ສິ່ງ​ທີ່​ໄດ້​ຮຽນ​ມາ​ທັງໝົດ ລາວ​ໄດ້​ຂໍ້​ສະຫຼຸບ​ວ່າ​ສາສະໜາ​ກາໂຕລິກ​ບໍ່​ໄດ້​ສອນ​ຕາມ​ຄຳພີໄບເບິນ. ລາວ​ໄດ້​ບອກ​ກັບ​ຕື່ນເຖີດ! ເຖິງ​ຄວາມ​ພະຍາຍາມ​ທີ່​ຈະ​ຄົ້ນ​ຫາ​ພະເຈົ້າ.

ຂໍ​ຊ່ວຍ​ເລົ່າ​ຊີວິດ​ຕອນ​ຍັງ​ນ້ອຍ​ໃຫ້​ເຮົາ​ຟັງ​ໄດ້​ບໍ?

ຂ້ອຍ​ເກີດ​ໃນ​ປີ 1943 ຢູ່​ປະເທດ​ອີຕາລີ. ຂ້ອຍ​ໃຫຍ່​ມາ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຫຼາຍ​ຄົນ​ໃນ​ບ້ານ​ນ້ອຍໆ ພໍ່​ຂ້ອຍ​ເປັນ​ຊາວ​ໄຮ່​ຊາວນາ​ແລະ​ຊ່າງ​ໄມ້. ຄອບຄົວ​ຂອງ​ຂ້ອຍ​ເປັນ​ຊາວ​ກາໂຕລິກ​ທີ່​ເຄັ່ງ​ຄັດ.

ເປັນຫຍັງ​ເຈົ້າ​ຈຶ່ງ​ຢາກ​ເປັນ​ບາດ​ຫຼວງ?

ຕອນ​ຍັງ​ນ້ອຍ ຂ້ອຍ​ມັກ​ຟັງ​ບາດ​ຫຼວງ​ເທດ​ໃນ​ໂບດ. ຂ້ອຍ​ຫຼົງ​ໄຫຼ​ສຽງ​ຂອງ​ເຂົາເຈົ້າ​ແລະ​ພິທີ​ກຳ​ຕ່າງໆ​ທີ່​ໜ້າ​ປະທັບໃຈ​ນຳ. ຂ້ອຍ​ຈຶ່ງ​ຕັ້ງໃຈ​ມຸ່ງ​ໝັ້ນ​ທີ່​ຈະ​ເປັນ​ບາດ​ຫຼວງ​ໃຫ້​ໄດ້​ເມື່ອ​ໃຫຍ່​ຂຶ້ນ. ເມື່ອ​ອາຍຸ 13 ປີ ແມ່​ກໍ​ສົ່ງ​ຂ້ອຍ​ເຂົ້າ​ໂຮງຮຽນ​ທີ່​ກຽມ​ເດັກນ້ອຍ​ຜູ້​ຊາຍ​ໃຫ້​ມີ​ຄວາມ​ຮູ້​ຂັ້ນ​ສູງ​ເພື່ອ​ຈະ​ເປັນ​ບາດ​ຫຼວງ.

ການ​ຮຽນ​ສ່ວນ​ໃຫຍ່​ກ່ຽວຂ້ອງ​ກັບ​ຄຳພີໄບເບິນ​ບໍ?

ກໍ​ບໍ່​ປານ​ໃດ. ຕອນ​ອາຍຸ 15 ປີ ຄູ​ເອົາ​ປຶ້ມ​ຂ່າວ​ດີ​ໃຫ້​ຂ້ອຍ​ຫົວ​ໜຶ່ງ​ທີ່​ກ່ຽວກັບ​ປະຫວັດ​ຊີວິດ​ແລະ​ວຽກ​ປະກາດ​ຂອງ​ພະເຢຊູ ຂ້ອຍ​ອ່ານ​ປຶ້ມ​ຫົວ​ນັ້ນ​ຫຼາຍ​ຮອບ. ເມື່ອ​ອາຍຸ 18 ປີ ຂ້ອຍ​ກໍ​ໄປ

​ໂຣມ​ເພື່ອ​ຮຽນ​ໃນ​ມະຫາວິທະຍາໄລ​ສັນຕະສຳນັກ​ເຊິ່ງ​ຢູ່​ໃນ​ຄວາມ​ເບິ່ງແຍງ​ຂອງ​ສັນຕະປາປາ​ໂດຍ​ກົງ. ຂ້ອຍ​ຮຽນ​ພາສາ​ລາຕິນ ພາສາ​ກຣີກ ປະຫວັດສາດ ປັດຊະຍາ ຈິດຕະວິທະຍາ ແລະ​ເທວະ​ວິທະຍາ. ເຖິງ​ວ່າ​ເຮົາ​ໄດ້​ຍິນ​ຂໍ້​ຄຳພີ​ບາງ​ຂໍ້​ທີ່​ຍົກ​ມາ​ຈາກ​ຄຳພີໄບເບິນ​ແລະ​ໄດ້​ຟັງ​ການ​ອ່ານ​ຄຳພີໄບເບິນ​ໃນ​ຄຳ​ເທດ​ວັນ​ອາທິດ ແຕ່​ແທ້ໆແລ້ວ​ເຮົາ​ເກືອບ​ບໍ່​ໄດ້​ຮຽນ​ຄຳພີໄບເບິນ​ເລີຍ.

ໃນ​ຖານະ​ເຈົ້າ​ອະທິການ ເຈົ້າ​ສອນ​ນຳ​ບໍ?

ວຽກ​ຂອງ​ຂ້ອຍ​ສ່ວນ​ໃຫຍ່​ກ່ຽວຂ້ອງ​ກັບ​ການ​ບໍລິຫານ. ແຕ່​ຂ້ອຍ​ກໍ​ໄດ້​ສອນ​ບາງ​ຊັ້ນ​ຮຽນ​ກ່ຽວກັບ​ກົດ​ລະບຽບ​ທີ່​ມາ​ຈາກ​ການ​ປະຊຸມ​ສັງ​ຄາ​ຍະ​ນາ​ວາຕິກັນ​ຄັ້ງ​ທີ​ສອງ.

ເປັນຫຍັງ​ເຈົ້າ​ຈຶ່ງ​ເລີ່ມ​ສົງໄສ​ໂບດ?

ມີ​ສາມ​ເລື່ອງ​ທີ່​ກວນ​ໃຈ​ຂ້ອຍ. ໂບດ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວກັບ​ການເມືອງ. ຍອມ​ໃຫ້​ຜູ້​ສອນ​ສາສະໜາ​ແລະ​ສະມາຊິກ​ຂອງ​ໂບດ​ເຮັດ​ແນວ​ບໍ່​ດີ. ແລະ​ຄຳ​ສອນ​ບາງ​ຂໍ້​ຂອງ​ກາໂຕລິກ​ເບິ່ງ​ຄື​ວ່າ​ບໍ່​ຖືກຕ້ອງ. ເຊັ່ນ ເປັນຫຍັງ​ພະເຈົ້າ​ແຫ່ງ​ຄວາມ​ຮັກ​ຈຶ່ງ​ຕ້ອງ​ລົງໂທດ​ມະນຸດ​ຕະຫຼອດໄປ​ຫຼັງ​ຈາກ​ທີ່​ເຂົາເຈົ້າ​ຕາຍ? ແລະ​ພະເຈົ້າ​ຕ້ອງການ​ໃຫ້​ເຮົາ​ສວດ​ເປັນ​ຮ້ອຍໆເທື່ອ​ແບບ​ຊ້ຳໆໂດຍ​ໃຊ້​ລູກ​ປະ​ຄຳ​ບໍ? *

ເຈົ້າ​ເຮັດ​ແນວໃດ?

ຂ້ອຍ​ອະທິດຖານ​ທັງ​ນ້ຳ​ຕາ​ຂໍ​ໃຫ້​ພະເຈົ້າ​ຊີ້ນຳ​ຂ້ອຍ. ແລະ​ຍັງ​ໄດ້​ຊື້​ຄຳພີໄບເບິນ​ສະບັບ​ເຢຣູຊາເລັມ​ໄບເບິນ​ຂອງ​ກາໂຕລິກ ເຊິ່ງ​ຕີ​ພິມ​ໃນ​ພາສາ​ອີຕາລີ​ມາ​ອ່ານ​ນຳ. ມື້​ໜຶ່ງ ໃນ​ຕອນ​ເຊົ້າ​ຂອງ​ວັນ​ອາທິດ​ຂະນະ​ທີ່​ຂ້ອຍ​ກຳລັງ​ແຂວນ​ເສື້ອ​ຄຸມ​ຫຼັງ​ຈາກ​ພິທີ​ມິດຊາ ມີ​ຜູ້​ຊາຍ​ສອງ​ຄົນ​ມາ​ທີ່​ໜ້າ​ໂຮງຮຽນ. ເຂົາເຈົ້າ​ແນະນຳ​ໂຕເອງ​ວ່າ​ເປັນ​ພະຍານ​ພະເຢໂຫວາ. ເຮົາ​ລົມ​ກັນ​ເລື່ອງ​ຄຳພີໄບເບິນ​ດົນ​ກວ່າ​ໜຶ່ງ​ຊົ່ວໂມງ​ກ່ຽວກັບ​ຫຼັກ​ຖານ​ທີ່​ພິສູດ​ສາສະໜາ​ແທ້.

ເຈົ້າ​ປະທັບ​ຫຍັງ​ເຂົາເຈົ້າ​ແດ່?

ຂ້ອຍ​ປະທັບໃຈ​ທີ່​ເຂົາເຈົ້າ​ພິສູດ​ແລະ​ອ້າງອີງ​ຈາກ​ຄຳພີໄບເບິນ​ສະບັບ​ກາໂຕລິກ​ໄດ້​ຄ່ອງແຄ່ວ. ຕໍ່ມາ ກໍ​ມີ​ພະຍານ​ຄົນ​ໜຶ່ງ ຊື່​ມາຣີ​ໂອ ກັບ​ມາ​ຢ້ຽມ​ຂ້ອຍ. ລາວ​ອົດທົນ​ແລະ​ເຊື່ອ​ຖື​ໄດ້ ທຸກໆເຊົ້າ​ວັນ​ເສົາ ບໍ່​ວ່າ​ຝົນ​ຈະ​ຕົກ​ຫຼື​ແດດ​ຈະ​ອອກ ລາວ​ຈະ​ມາ​ກົດ​ກະດິງ​ຢູ່​ໜ້າ​ປະຕູ​ໂຮງຮຽນ​ຕອນ​ເກົ້າ​ໂມງ​ກົງ.

ບາດ​ຫຼວງ​ຄົນອື່ນ​ຄິດ​ແນວໃດ​ກັບ​ເຂົາເຈົ້າ?

ຂ້ອຍ​ຊວນ​ບາດ​ຫຼວງ​ຄົນອື່ນ​ມາ​ຮຽນ​ກັບ​ຂ້ອຍ​ນຳ ແຕ່​ກໍ​ບໍ່​ມີ​ໃຜ​ຮຽນ​ຈິງ​ຈັງ. ເຖິງ​ຈະ​ເປັນ​ແນວ​ນັ້ນ ຂ້ອຍ​ກໍ​ມັກ​ທີ່​ໄດ້​ຮຽນ​ສິ່ງ​ດີໆຫຼາຍ​ຢ່າງ​ທີ່​ເຄີຍ​ສົງໄສ​ມາ​ດົນ ຢ່າງ​ເຊັ່ນ​ເປັນຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມທຸກ​ແລະ​ຄວາມ​ຊົ່ວ​ຮ້າຍ?

ພວກ​ຫົວ​ໜ້າ​ບາດ​ຫຼວງ​ພະຍາຍາມ​ຫ້າມ​ເຈົ້າ​ຮຽນ​ຄຳພີໄບເບິນ​ບໍ?

ໃນ​ປີ 1975 ຂ້ອຍ​ໄປ​ເມືອງ​ໂຣມ​ຫຼາຍ​ເທື່ອ​ເພື່ອ​ອະທິບາຍ​ແນວ​ຄິດ​ຂອງ​ຂ້ອຍ. ພວກ​ຫົວ​ໜ້າ​ບາດ​ຫຼວງ​ພະຍາຍາມ​ປ່ຽນ​ຄວາມຄິດ​ຂ້ອຍ ແຕ່​ກໍ​ບໍ່​ມີ​ໃຜ​ຍົກ​ເຫດຜົນ​ຈາກ​ຄຳພີໄບເບິນ. ໃນ​ວັນ​ທີ 9 ມັງກອນ 1976 ຂ້ອຍ​ຂຽນ​ຈົດໝາຍ​ໄປ​ທີ່​ເມືອງ​ໂຣມ​ວ່າ​ຂ້ອຍ​ຂໍ​ລາ​ອອກ​ຈາກ​ສາສະໜາ​ກາໂຕລິກ. ແລະ​ອີກ​ສອງ​ມື້ ຂ້ອຍ​ກໍ​ຍ້າຍ​ອອກ​ຈາກ​ໂຮງຮຽນ​ແລະ​ຂຶ້ນ​ລົດ​ໄຟ​ໄປ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະເຢໂຫວາ​ເປັນ​ເທື່ອ​ທຳອິດ ເປັນ​ການ​ປະຊຸມ​ໃຫຍ່​ທີ່​ຫຼາຍ​ປະຊາຄົມ​ມາ​ປະຊຸມ​ລວມ​ກັນ. ຢູ່​ຫັ້ນ​ຕ່າງ​ຈາກ​ບ່ອນ​ທີ່​ຂ້ອຍ​ເຄີຍ​ຢູ່​ຫຼາຍ! ພະຍານ​ທຸກ​ຄົນ​ມີ​ຄຳພີໄບເບິນ​ແລະ​ເປີດ​ຂໍ້​ຄຳພີ​ເບິ່ງ​ຕາມ​ຜູ້​ບັນຍາຍ​ເຊິ່ງ​ເລື່ອງ​ທີ່​ເຂົາເຈົ້າ​ບັນຍາຍ​ກໍ​ມີ​ຫຼາກຫຼາຍ.

ຄອບຄົວ​ຂອງ​ເຈົ້າ​ຄິດ​ແນວໃດ​ກັບ​ເລື່ອງ​ນີ້?

ເຂົາເຈົ້າ​ສ່ວນ​ໃຫຍ່​ຕໍ່ຕ້ານ​ຂ້ອຍ​ຢ່າງ​ໜັກ. ແຕ່​ຂ້ອຍ​ໄດ້​ຍິນ​ວ່າ​ນ້ອງຊາຍ​ຄົນ​ໜຶ່ງ​ກຳລັງ​ຮຽນ​ກັບ​ພະຍານ​ຢູ່​ແຂວງ​ລອມບາເດຍ ເຊິ່ງ​ຢູ່​ທາງ​ພາກ​ເໜືອ​ຂອງ​ປະເທດ​ອີຕາລີ. ຂ້ອຍ​ຈຶ່ງ​ໄປ​ຫາ​ນ້ອງຊາຍ ພະຍານ​ຢູ່​ຫັ້ນ​ຊ່ວຍ​ຊອກ​ວຽກ​ແລະ​ບ່ອນ​ພັກ​ໃຫ້​ຂ້ອຍ. ຫຼັງ​ຈາກ​ນັ້ນ​ໜຶ່ງ​ປີ ຂ້ອຍ​ກໍ​ຮັບ​ບັບເຕມາ​ເຂົ້າ​ມາ​ເປັນ​ພະຍານ​ພະເຢໂຫວາ.

ໃນທີ່ສຸດ ຂ້ອຍ​ກໍ​ຮູ້ສຶກ​ໃກ້ຊິດ​ພະເຈົ້າ​ແທ້ໆ

ເຈົ້າ​ນຶກ​ເສຍໃຈ​ບໍ?

ບໍ່​ເລີຍ! ໃນທີ່ສຸດ ຂ້ອຍ​ກໍ​ຮູ້ສຶກ​ໃກ້ຊິດ​ພະເຈົ້າ​ແທ້ໆ ເພາະ​ຂ້ອຍ​ໄດ້​ຮູ້ຈັກ​ເພິ່ນ​ຈາກ​ຄຳພີໄບເບິນ ບໍ່​ແມ່ນ​ຈາກ​ຫຼັກ​ປັດຊະຍາ​ຫຼື​ຄຳ​ສອນ​ສືບ​ປາກ​ຂອງ​ຄລິດຕະຈັກ. ຂ້ອຍ​ສາມາດ​ສອນ​ຄວາມຈິງ​ຈາກ​ຄຳພີໄບເບິນ​ກັບ​ຄົນອື່ນ​ໄດ້​ຢ່າງ​ໝັ້ນໃຈ.

^ ຄຳພີໄບເບິນ​ໃຫ້​ຄຳຕອບ​ທີ່​ຈະ​ແຈ້ງ​ກ່ຽວກັບ​ເລື່ອງ​ເຫຼົ່ານີ້​ລວມ​ເຖິງ​ຄຳຖາມ​ອື່ນໆອີກ. ສຳລັບ​ຂໍ້​ມູນ​ເພີ່ມເຕີມ ເຂົ້າ​ໄປ​ທີ່​ເວັບໄຊ jw.org. ເບິ່ງ​ຫົວ​ຂໍ້​ຄຳ​ສອນ​ໃນ​ຄຳພີໄບເບິນ > ຖາມ-ຕອບ​ເລື່ອງ​ຄຳພີໄບເບິນ.