ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ບົດ​ທີ 12

ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮຽນ​ຄຳ​ພີ​ໄບເບິນ​ຕໍ່ໄປ?

ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮຽນ​ຄຳ​ພີ​ໄບເບິນ​ຕໍ່ໄປ?

ການຮຽນ​ຄຳ​ພີ​ໄບເບິນ​ມີ​ປະໂຫຍດ​ຫຼາຍ. ແຕ່​ບາງ​ເທື່ອ​ມັນ​ກໍ​ບໍ່​ງ່າຍ. ເຈົ້າ​ອາດ​ຄິດ​ວ່າ​ຊິ​ຮຽນ​ຕໍ່ໄປ​ໄຫວ​ບໍ. ເຖິງ​ວ່າ​ເຈົ້າ​ຕ້ອງ​ເຈິ​ກັບ​ບັນຫາ​ບາງ​ຢ່າງ ແຕ່​ເປັນ​ຫຍັງ​ການຮຽນ​ຄຳ​ພີ​ໄບເບິນ​ຕໍ່ໄປ​ຈຶ່ງ​ຄຸ້ມ​ຄ່າ? ແລະ​ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ເຊົາ​ຮຽນ​ຄຳ​ພີ​ໄບເບິນ?

1. ເປັນ​ຫຍັງ​ການຮຽນ​ຄຳ​ພີ​ໄບເບິນ​ຈຶ່ງ​ມີ​ປະໂຫຍດ​ຫຼາຍ?

“ຖ້ອຍຄຳ​ຂອງ​ພະເຈົ້າ​ມີຊີ​ວິດ ມີ​ພະລັງ​ຫຼາຍ.” (ເຮັບເຣີ 4:12) ຄຳ​ພີ​ໄບເບິນ​ມີ​ປະໂຫຍດ​ຫຼາຍ​ເພາະ​ຊ່ວຍ​ໃຫ້​ຮູ້​ວ່າ​ພະເຈົ້າ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ກັບ​ເຮົາ. ຖ້າ​ເຈົ້າ​ຮຽນ​ຄຳ​ພີ​ໄບເບິນ​ເຈົ້າ​ຈະ​ບໍ່​ໄດ້​ແຕ່​ຄວາມ​ຮູ້​ເທົ່າ​ນັ້ນ ແຕ່​ເຈົ້າ​ຈະ​ຮູ້ຈັກ​ວິທີ​ເອົາ​ຄວາມ​ຮູ້​ໄປ​ໃຊ້​ໃນ​ຊີວິດ​ນຳ. ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ມີຊີ​ວິດ​ທີ່​ດີ​ຂຶ້ນ​ໃນ​ຕອນ​ນີ້​ແລະ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ. ທີ່​ສຳຄັນ​ທີ່​ສຸດ ເຈົ້າ​ຈະ​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ.

2. ເປັນ​ຫຍັງ​ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ຄວາມ​ຈິງ​ໃນ​ຄຳ​ພີ​ໄບເບິນ​ມີ​ຄ່າ​ຫຼາຍ?

ຄວາມ​ຈິງ​ໃນ​ຄຳ​ພີ​ໄບເບິນ​ເປັນ​ຄື​ກັບ​ຊັບ​ສົມບັດ​ທີ່​ມີ​ຄ່າ​ຫຼາຍ. ຄຳ​ພີ​ໄບເບິນ​ຈຶ່ງ​ບອກ​ເຮົາ​ໃຫ້ “ຊື້​ຄວາມ​ຈິງ​ໄວ້​ແລະ​ຢ່າ​ຂາຍ​ເລີຍ.” (ສຸພາສິດ 23:23, ລ.ມ.) ຖ້າ​ເຮົາ​ຈື່​ໄວ້​ວ່າ​ຄວາມ​ຈິງ​ໃນ​ຄຳ​ພີ​ໄບເບິນ​ມີ​ຄ່າ​ຫຼາຍ ເຮົາ​ກໍ​ຈະ​ບໍ່​ຍອມ​ໃຫ້​ອັນ​ໃດ​ມາ​ເຮັດ​ໃຫ້​ເຮົາ​ເຊົາ​ຮຽນ​ຄຳ​ພີ​ໄບເບິນ.—ອ່ານ​ສຸພາສິດ 2:4, 5

3. ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຮຽນ​ຄຳ​ພີ​ໄບເບິນ​ຕໍ່ໆ​ໄປ?

ພະ​ເຢໂຫວາ​ສ້າງ​ເຮົາ​ມາ​ແລະ​ເປັນ​ໝູ່​ຂອງ​ເຮົາ ເພິ່ນ​ຈຶ່ງ​ຢາກ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ເພິ່ນ. ພະ​ເຢໂຫວາ​ໃຫ້ “ຄວາມ​ຕ້ອງການ​ແລະ​ກຳລັງ” ກັບ​ເຮົາ​ໄດ້. (ອ່ານ​ຟີລິບປອຍ 2:13) ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຢາກ​ຮຽນ​ຄຳ​ພີ​ໄບເບິນ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ. ເຖິງ​ວ່າ​ຈະ​ມີ​ຄົນ​ບໍ່​ມັກ​ທີ່​ເຈົ້າ​ມາ​ຮຽນ​ຄຳ​ພີ​ໄບເບິນ ຫຼື​ເຈົ້າ​ອາດ​ຈະ​ເຈິ​ກັບ​ບັນຫາ​ບາງ​ຢ່າງ ແຕ່​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ເພື່ອ​ເຈົ້າ​ຈະ​ບໍ່​ເຊົາ​ຮຽນ​ຄຳ​ພີ​ໄບເບິນ. ດັ່ງ​ນັ້ນ ໃຫ້​ເຈົ້າ​ອະທິດຖານ​ເປັນ​ປະຈຳ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮຽນ​ຄຳ​ພີ​ໄບເບິນ​ຕໍ່ໄປ.—1 ເທຊະໂລນິກ 5:17

ຮຽນ​ຮູ້​ຫຼາຍ​ຂຶ້ນ

ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ຄ່ອຍ​ມີ​ເວລາ​ຫຼື​ມີ​ຄົນ​ບໍ່​ຢາກ​ໃຫ້​ເຈົ້າ​ຮຽນ​ຄຳ​ພີ​ໄບເບິນ ແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຮຽນ​ຄຳ​ພີ​ໄບເບິນ​ຕໍ່ໆ​ໄປ. ແລ້ວ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

4. ເຮັດ​ໃຫ້​ການຮຽນ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ສຳຄັນ

ບາງ​ເທື່ອ​ເຮົາ​ອາດ​ຈະ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ​ຈົນ​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ເວລາ​ຮຽນ​ຄຳ​ພີ​ໄບເບິນ. ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້? ອ່ານ​ຟີລິບປອຍ 1:10 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ມີ​ຫຍັງ​ແດ່​ທີ່​ເຈົ້າ​ຄິດ​ວ່າ​ເປັນ​ເລື່ອງ “ສຳຄັນ” ສຳລັບ​ເຈົ້າ?

  • ເຈົ້າ​ຄິດ​ວ່າ​ຈະ​ເຮັດ​ໃຫ້​ການຮຽນ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ທີ່​ສຳຄັນ​ໄດ້​ບໍ? ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

  1. (ກ) ຖ້າ​ເຈົ້າ​ໃສ່​ດິນ​ຊາຍ​ລົງ​ໄປ​ໃນ​ຖັງ​ກ່ອນ​ແລ້ວ​ຈຶ່ງ​ໃສ່​ກ້ອນ​ຫີນ ເຈົ້າ​ກໍ​ຈະ​ໃສ່​ກ້ອນ​ຫີນ​ທັງ​ໝົດ​ລົງ​ໄປ​ບໍ່​ໄດ້

  2. (ຂ) ແຕ່​ຖ້າ​ເຈົ້າ​ໃສ່​ກ້ອນ​ຫີນ​ລົງ​ໄປ​ໃນ​ຖັງ​ກ່ອນ ເຈົ້າ​ກໍ​ຈະ​ມີ​ບ່ອນ​ພຽງ​ພໍ​ສຳລັບ​ໃສ່​ດິນ​ຊາຍ​ລົງ​ໄປ​ນຳ. ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ເຮັດ​ເລື່ອງ​ທີ່ “ສຳຄັນ” ກ່ອນ ເຈົ້າ​ກໍ​ຈະ​ມີ​ເວລາ​ພໍ​ທີ່​ຈະ​ເຮັດ​ເລື່ອງ​ອື່ນໆ​ນຳ

ການຮຽນ​ຄຳ​ພີ​ໄບເບິນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮູ້ຈັກ​ພະເຈົ້າ​ແລະ​ນະມັດສະການ​ເພິ່ນ ຖ້າ​ເຮົາ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້ໆ. ອ່ານ​ມັດທາຍ 5:3 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຖ້າ​ເຮົາ​ໃຫ້​ການຮຽນ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ທີ່​ສຳຄັນ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ?

5. ອົດ​ທົນ​ເມື່ອ​ຖືກ​ກົດ​ດັນ

ອາດ​ຈະ​ມີ​ບາງ​ຄົນ​ບໍ່​ມັກ​ທີ່​ເຈົ້າ​ຮຽນ​ຄຳ​ພີ​ໄບເບິນ​ແລະ​ຢາກ​ໃຫ້​ເຈົ້າ​ເຊົາ​ຮຽນ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຟຣານເຊດສ໌ໂກ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໃນ​ວິດີໂອ ໝູ່​ແລະ​ຄອບຄົວ​ຂອງ​ຟຣານເຊດສ໌ໂກ​ຮູ້ສຶກ​ແນວ​ໃດ​ແລະ​ເຮັດ​ຫຍັງ​ແດ່​ເມື່ອ​ຮູ້​ວ່າ​ລາວ​ກຳລັງ​ຮຽນ​ຄຳ​ພີ​ໄບເບິນ?

  • ຄວາມ​ອົດ​ທົນ​ຂອງ​ຟຣານເຊດສ໌ໂກ​ເຮັດ​ໃຫ້​ມີ​ເລື່ອງ​ດີໆ​ຫຍັງ​ເກີດ​ຂຶ້ນ?

ອ່ານ 2 ຕີໂມທຽວ 2:24, 25 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ຄອບຄົວ​ແລະ​ໝູ່​ຂອງ​ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ເຈົ້າ​ມາ​ຮຽນ​ຄຳ​ພີ​ໄບເບິນ?

  • ຕາມ​ຂໍ້​ຄຳ​ພີ​ນີ້ ຖ້າ​ມີ​ຄົນ​ບໍ່​ມັກ​ທີ່​ເຈົ້າ​ມາ​ຮຽນ​ຄຳ​ພີ​ໄບເບິນ​ເຈົ້າ​ຈະ​ເວົ້າ​ແນວ​ໃດ​ກັບ​ເຂົາ​ເຈົ້າ? ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ?

6. ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ

ຖ້າ​ເຈົ້າ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ຈະ​ແຮ່ງ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ. ແຕ່​ບາງ​ເທື່ອ​ເຈົ້າ​ອາດ​ຈະ​ຮູ້ສຶກ​ຍາກ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ. ຖ້າ​ເຈົ້າ​ຮູ້ສຶກ​ແນວ​ນັ້ນ ກໍ​ຢ່າ​ຟ້າວ​ຍອມ​ແພ້. ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ໃນ​ວິດີໂອ ຈິມ​ປ່ຽນ​ໂຕ​ເອງ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ?

  • ຈາກ​ເລື່ອງ​ຂອງ​ຈິມ ມີ​ຫຍັງ​ທີ່​ເຈົ້າ​ຮູ້ສຶກ​ປະທັບ​ໃຈ?

ອ່ານ​ເຮັບເຣີ 11:6 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່ໄປ​ນີ້:

  • ພະ​ເຢໂຫວາ​ຈະ​ໃຫ້​ຫຍັງ​ກັບ​ຄົນ​ທີ່​ຢາກ​ເຮັດ​ໃຫ້​ເພິ່ນ​ພໍ​ໃຈ​ແລະ “ຊອກ​ຫາ​ພະອົງ​ຢ່າງ​ຈິງ​ຈັງ”?

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເພິ່ນ​ເຫັນ​ວ່າ​ເຈົ້າ​ຕັ້ງ​ໃຈ​ຮຽນ​ຄຳ​ພີ​ໄບເບິນ?

ບາງ​ຄົນ​ອາດ​ຖາມ​ວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ໄປ​ຮຽນ​ຄຳ​ພີ​ໄບເບິນ ຮຽນ​ແລ້ວ​ໄດ້​ຫຍັງ?”

  • ຖ້າ​ມີ​ຄົນ​ເວົ້າ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

ສະຫຼຸບ

ຖ້າ​ເຈົ້າ​ພະຍາຍາມ​ຮຽນ​ຄຳ​ພີ​ໄບເບິນ​ຕໍ່ໄປ ເຈົ້າ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ທີ່​ມີ​ຄວາມ​ສຸກ. ດັ່ງ​ນັ້ນ ໃຫ້​ເຈົ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແລ້ວ​ເພິ່ນ​ຈະ​ໃຫ້​ລາງວັນ​ກັບ​ເຈົ້າ.

ຄຳຖາມ​ທົບ​ທວນ

  • ເປັນ​ຫຍັງ​ຄວາມ​ຈິງ​ໃນ​ຄຳ​ພີ​ໄບເບິນ​ຈຶ່ງ​ມີ​ຄ່າ​ຫຼາຍ?

  • ຖ້າ​ເຈົ້າ​ຮູ້​ແລ້ວ​ວ່າ “ສິ່ງ​ໃດ​ສຳຄັນ​ກວ່າ” ເຈົ້າ​ຈະ​ເຮັດ​ແນວ​ໃດ?

  • ເປັນ​ຫຍັງ​ເຈົ້າ​ຕ້ອງ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຈົ້າ​ຮຽນ​ຄຳ​ພີ​ໄບເບິນ​ຕໍ່ໆ​ໄປ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມ​ເຕີມ

ມາ​ເບິ່ງ 4 ວິທີ​ທີ່​ຊ່ວຍ​ຫຼາຍ​ຄົນ​ໃຫ້​ໃຊ້​ເວລາ​ຢ່າງ​ຄຸ້ມ​ຄ່າ.

“ໃຊ້​ເວລາ​ແນວ​ໃດ​ບໍ່​ໃຫ້​ເສຍ​ໄປ​ລ້າໆ” (ຕື່ນ​ເຖີດ! ກຸມພາ 2014)

ພະ​ເຢໂຫວາ​ຊ່ວຍ​ຜູ້ຍິງ​ຄົນ​ໜຶ່ງ​ແນວ​ໃດ​ທີ່​ຜົວ​ຂອງ​ລາວ​ບໍ່​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ຕັ້ງ​ໃຈ​ຮຽນ​ຄຳ​ພີ​ໄບເບິນ​ແລະ​ເຊື່ອ​ຟັງ​ເພິ່ນ.

ພະ​ເຢໂຫວາ​ຊ່ວຍ​ໃຫ້​ເຮົາ​ເຂັ້ມແຂງ​ເພື່ອ​ຈະ​ແບກ​ພາລະ​ຂອງ​ເຮົາ​ໄດ້ (5:05)

ຄວາມ​ອົດ​ທົນ​ຂອງ​ເມຍ​ຄົນ​ໜຶ່ງ​ໄດ້​ຊ່ວຍ​ຜົວ​ຂອງ​ລາວ​ແນວ​ໃດ.

ຂ້ອຍ​ທົດ​ສອບ​ຄວາມ​ຈິງ (6:30)

ມີ​ບາງ​ຄົນ​ບອກ​ວ່າ​ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ. ແຕ່​ນີ້​ເປັນ​ຄວາມ​ຈິງ​ບໍ?

“ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ​ຫຼື​ເຮັດ​ໃຫ້​ໝັ້ນ​ຄົງ​ຫຼາຍ​ຂຶ້ນ?” (ບົດ​ຄວາມ​ໃນ​ເວັບໄຊ)